* ຈະສັງເກດໄດ້ແນວໃດວ່າ ສັດປີກ ຕິດເຊື້ອພະຍາດໄຂ້ຫວັດສັດປີກ
ຈະມີອາການດັ່ງຕໍ່ໄປນີ້:

  • ບວມຕາມຫນ້າຕາ, ເປືອກຕາ, ຫອນ, ໜຽງ ແລະ ຂາ

  • ຂົນຫຍຶງ

  • ນ້ຳເມືອກ ແລະ ນ້ຳມູກໄຫລອອກຈາກດັງ

  • ຫາຍໃຈຝຶດ

  • ເຫງົາ ແລະ ບໍ່ກິນອາຫານ

  • ຂີ້ປູນ (ສີຂາວ)

  • ຕາຍກະທັນຫັນ ແລະ ຕາຍຈຳນວນຫລາຍ

  • ມີເລືອດອອກຕາມແຄ່ງ

  • ໜຽງ ແລະ ຫອນປ່ຽນເປັນສີແດງຊ້ຳ (ແດງກ່ຳ)

* ວິທີປ້ອງກັນຕົນເອງ ຈາກການຕິດພະຍາດໄຂ້ຫວັດສັດປີກ

1. ລ້າງມືໃສ່ສະບູເປັນປະຈຳທຸກໆຄັ້ງ
2.ໃຊ້ຜ້າອັດປາກ ແລະ ດັງທຸກໆຄັ້ງເວລາໄອຫລືຈາມ
3. ບໍ່ຖົ່ມນ້ຳລາຍ ແລະ ສັ່ງຂີ້ມູກທົ່ວທີບ
4. ເຮັດຄອກ ຫລື ຈັດເຂດລ້ຽງສັດປີກ ໃຫ້ຫ່າງໄກຈາກເຂດບ່ອນຢູ່ອາໄສຂອງທ່ານ. ດີແທ້ ໃນບໍລິເວນລ້ຽງສັດຕ້ອງມີຮົ້ວກັ້ນ ເພື່ອປ້ອງກັນບໍ່ໃຫ້ສັດປີກ ອອກໄປຫາກິນທົ່ວທີບ.
5. ຫຼີກເວັ້ນການສຳຜັດ-ຈັບບາຍ ສັດປີກທີ່ເປັນ ຫລື ຕາຍ ຮວມທັງ ສິ່ງເສດຂອງສັດປີກ ເຊັ່ນ: ຂີ້, ນ້ຳເມືອກ, ຂີ້ມູກ, ນ້ຳລາຍ, ຂົນ ແລະ ເລືອດ ໂດຍບໍ່ໃສ່ຖົງມື ຫລື ຖົງຢາງປ້ອງກັນ.
6. ລາຍງານທັນທີ: ຖ້າພົບເຫັນສັດປີກ ມີອາການຜິດປົກກະຕິສົງໃສວ່າ ອາດຈະຕິດພະຍາດໄຂ້ຫວັດສັດປີກໃຫ້ລາຍງານ ຕໍ່ພາກສ່ວນທີ່ກ່ຽວຂ້ອງ ເຊັ່ນ ອຳນາດການປົກຄອງບ້ານ, ສັດຕະວະແພດ ຫລື ອາສາສະຫມັກບ້ານ.

* ສິ່ງທີ່ຄວນເອົາໃຈໃສ່

ເດັກນ້ອຍ ເປັນກຸ່ມອາຍຸທີ່ມີຄວາມສ່ຽງສູງ ຕໍ່ການຕິດພະຍາດໄຂ້ຫວັດສັດປີກ. ສະນັ້ນ, ບໍ່ຄວນປ່ອຍໃຫ້ລູກຫລານຂອງທ່ານ ຫລີ້ນ ຫລື ຈັບບາຍສັດປີກ ໂດຍສະເພາະຖ້າພວກມັນເຫງົາ ຫລື ຕາຍ ຮວມທັງສິ່ງເສດເຫລືອຂອງພວກມັນ.

* ຄວນຈື່ໄວ້ວ່າ:

ສ່ວນຫລາຍ ຄົນທີ່ໄດ້ຮັບເຊື້ອພະຍາດໄຂ້ຫວັດສັດປີກ ລ້ວນແຕ່ມີປະຫວັດໄດ້ຢູ່ໃກ້ຊິດ
ກັບສັດປີກທີ່ເຫງົາ ຫລື ຕາຍແບບກະທັນຫັນ ດ້ວຍພະຍາດໄຂ້ຫວັດສັດປີກ. ຄວນຫາແພດທັນທີ ຖ້າຫາກ
ມີອາການພາຍໃນ 7 ວັນ ຜ່ານມາໄດ້ໃກ້ຊິດກັບສັດປີກ ເຊັ່ນ: ເປັດ ແລະ ໄກ່ ພ້ອມທັງມີອາການໄຂ້ ແລະ ສົງໃສວ່າຕິດພະຍາດ ດັ່ງກ່າວ.