|
ແຈ້ງການ:
ເຖິງ:
ບັນດາທ່ານເຈົ້າເມືອງ, ຫົວຫນ້າພະແນກ, ອົງການທຽບເທົ່າ,
ບັນດາທ່ານຫົວຫນ້າສຳນັກງານ, ອົງການຂອງລັດ, ບັນດາຫົວຫນ້າທຸລະກິດ ແລະ
ຊາວນະຄອນຫລວງວຽງຈັນ.
ເລື່ອງ: ໃຫ້ຈັດຕັ້ງປະຕິບັດມາດຕະການສະກັດກັ້ນ
ແລະ ຄວບຄຸມພະຍາດໄຂ້ຫວັດສັດປີກຂອງລັດຖະບານ ຢູ່ນະຄອນຫລວງວຽງຈັນ
-
ອີງຕາມຄຳສັ່ງແນະນຳຂອງນາຍົກລັດຖະມົນຕີ ສປປ ລາວ ສະບັບວັນທີ 27/ນຍ ລົງວັນທີ
20/7/2006 ວ່າດ້ວຍການກະກຽມສະກັດກັ້ນ ແລະ ຄວບຄຸມພະຍາດຕິດຕໍ່.
- ອີງຕາມຜົນຂອງການເຄື່ອນໄຫວສະກັດກັ້ນ ແລະ
ຄວບຄຸມພະຍາດໄຂ້ຫວັດສັດປີກໄລຍະຫນື່ງຮອບທີ 3 ຢູ່ນະຄອນຫລວງວຽງຈັນ
- ອີງຕາມການຕົກລົງຂອງ ກອງປະຊຸມລັດຖະບານ ຄັ້ງວັນທີ 7/3/2007
ກ່ຽວກັບມາດຕະການໃຫມ່ ໃນການສະກັດກັ້ນ ແລະ
ຄວບຄຸມການລະບາດຂອງພະຍາດໄຂ້ຫວັດສັດປີກ ໃນນະຄອນຫລວງວຽງຈັນ.
ເຈົ້າຄອງນະຄອນຫລວງວຽງຈັນ
ອອກແຈ້ງການ:
- ໃຫ້ຂະຫຍາຍເຂດຄວບຄຸມພະຍາດໄຂ້ຫວັດສັດປີກ
ເຂດແດງ ໃນ 23 ບ້ານ ໃນເມື່ອກ່ອນ ມາເປັນ 211 ບ້ານ
ຊຶ່ງນອນໃນເຂດເທດສະບານ ແລະ 6 ເມືອງ (ໃນນັ້ນ ເມືອງສີດສັດຕະນາກ 40
ບ້ານ, ຈັນທະບູລີ 37 ບ້ານ, ຫາດຊາຍຟອງ 20 ບ້ານ, ສີໂຄດຕະບອງ 52 ບ້ານ,
ໄຊເຊດຖາ 47 ບ້ານ, ໄຊທານີ 15 ບ້ານ)
ຕາມບັນຊີຂອງຄະນະສະເພາະກິດສັດກັດກັ້ນ ແລະ ຄວບຄຸມພະຍາດໄຂ້ຫວັດສັດປີກ
ນະຄອນຫລວງວຽງຈັນ ແລະ ໃຫ້ຖືເອົາທັງຫມົດພື້ນທີ່ນະຄອນຫລວງ ເປັນເຂດເຝົ້າລະວັງ
ຫລື ເຂດເຫລືອງ ນັບແຕ່ມື້ແຈ້ງການສະບັບນີ້ເປັນຕົ້ນໄປ.
- ໃຫ້ຈັດຕັ້ງປະຕິບັດມາດຕະການສະກັດກັ້ນພະຍາດໄຂ້ຫວັດສັດປີກຕາມຫລັກວິຊາການ
ໃນເຂດແດງ ແລະ ເຂດເຫລືອງຢ່າງວ່ອງໄວເດັດຂາດຄື:
- ໃນ ເຂດແດງ
ໃຫ້ທຳລາຍຈຳພວກສັດປີກທັງຫມົດ ພາຍໃນບໍ່ເກີນ 15 ວັນ ນັບແຕ່ວັນທີ
9/3/2007 ເປັນຕົ້ນໄປ ຫ້າມບໍ່ໃຫ້ມີການເຄື່ອນຍ້າຍສັດປີກ ຊິ້ນສ່ວນ ແລະ
ຜະລິດຕະພັນສັດປີກ ຈາກຕ່າງແຂວງ ແລະ ຕ່າງປະເທດເຂົ້າ-ອອກ ເຂດນະຄອນຫລວງ
ໃຫ້ຢຸດຕິການຟັກໄຂ່ ຂະຫຍາຍແນວພັນສັດປີກເປັນການຊົ່ວຄາວ
ຫ້າມຈຳຫນ່າຍສັດປີກເປັນໂຕ ຊິ້ນສ່ວນ ແລະ ຜະລິດຕະພັນສັດປີກທຸກຊະນິດ ເປັນການຊົ່ວຄາວ.
- ໃນເຂດເຝົ້າລະວັງ
ໃຫ້ຕິດຕາມສະພາບການຕາຍຂອງສັດປີກ
ຖ້າເຫັນວ່າມີສັດປີກຕາຍແບບຜິດປົກກະຕິໃຫ້ຫນ່ວຍສະເພາະກິດນະຄອນຫລວງ ແລະ
ຂັ້ນເມືອງທຳລາຍສັດປີກໃນເຂດລັດສະໝີ 1 ກິໂລແມັດ ໂດຍບໍ່ຕ້ອງຖ້າຜົນວິໄຈອີກ
ບໍ່ໃຫ້ເຄື່ອນຍ້າຍສັດປີກຂອງຕົນໄປເຂດອື່ນ
ຫ້າມບໍ່ໃຫ້ລ້ຽງຝູງເປັດແບບເຄື່ອນຍ້າຍ ບໍ່ຄວນບໍລິໂພກ
ຂ້າສັດປີກແບບຂາດຫລັກການອະນາໄມ.
3. ໃຫ້ດຳເນີນທຸກມາດຕະການ
ແລະ ວິທີການ ເພື່ອບໍ່ໃຫ້ພະຍາດຕິດຕໍ່ຈາກສັດປີກໄປສູ່ຄົນ ໂດຍໃຫ້
ເພີ່ມທະວີການໂຄສະນາສຶກສາອົບຮົມ ໃຫ້ປະຊາຊົນເຂົ້າໃຈຜົນຮ້າຍຂອງໄຂ້ຫວັດສັດປີກ
ໃຫ້ລາຍງານ
ສະພາບການເຈັບເປັນຂອງປະຊາຊົນໃນບ້ານຕ່າງໆ ໂດຍດ່ວນ ຖ້າມີກໍລະນີສົງໄສ ໃຫ້ເຈົ້າຫນ້າທີ່ແພດ
ຫມໍມີມາດຕະການແກ້ໄຂ ແລະ ຈັດຕັ້ງການປິ່ນປົວຢ່າງທັນການ ໃຫ້ທຸກໂຮງໝໍ ໃນນະຄອນຫລວງ
ວຽງຈັນ ກຽມຄວາມພ້ອມທາງດ້ານພະນັກງານ ອຸປະກອນ ແລະ ຫ້ອງແຍກປ່ຽວ.
4. ໃຫ້ອົງການປົກຄອງເມືອງ ພະແນກການ ອົງການ ແນວລາວສ້າງຊາດ
ອົງການຈັດຕັ້ງມະຫາຊົນ ຫົວຫນ່ວຍວິສະຫະກິດ ເພີ່ມທະວີຄວາມຮັບຜິດຊອບຂອງຕົນເຂົ້າຮ່ວມບັ້ນແກ້ໄຂໄຂ້ຫວັດສັດປີກຄັ້ງນີ້
ຢ່າງຕັ້ງຫນ້າ ອົງການໃດພາກສ່ວນໃດລະເຫລີງ ຫລື
ປະຕິເສດໃຫ້ດຳເນີນມາດຕະການດ້ານວິໄນຕາມ
ຄວາມເຫມາະສົມ ແລະ ເຂັ້ມງວດ.
- ໃຫ້ຂັ້ນເມືອງສ້າງຕັ້ງຫນ່ວຍສະເພາະກິດ ປ້ອງກັນ ແລະ
ຄວບຄຸມພະຍາດໄຂ້ຫວັດສັດປີກ ປະຈຳ 211 ບ້ານໂດຍດ່ວນ ສ່ວນໃນຫມູ່ບ້ານອື່ນ ໃຫ້ມີຜູ້ຮັບຜິດຊອບເຫມືອນກັນ
ແຕ່ມີຈຳນວນພໍເຫມາະ ໂດຍແມ່ນ
ນາຍບ້ານເປັນຜູ້ຮັບຜິດຊອບໂດຍກົງ.
5. ໃຫ້ສື່ມວນຊົນ ພະນັກງານຖະແຫລງຂ່າວ ເຈົ້າຫນ້າທີ່ສາທາລະນະສຸກ ກະສິກຳ
ແລະ ພະນັກງານ
ກ່ຽວຂ້າງ ແນະນຳວິທີການມາດຕະການປ້ອງກັນພະຍາດຕິດຕໍ່ຂອງສັດປີກໃຫ້ປະຊາຊົນຮັບຮູ້ຢ່າງທົ່ວເຖິງ
ແນະນຳ ແລະ ຊຸກຍູ້ການຜະລິດ ການປຸງແຕ່ງອາຫານປະເພດອື່ນ ເພື່ອທົດແທນຜະລິດຕະພັນສັດປີກ
ໃຫ້ພຽງພໍຕາມຄວາມຕ້ອງການ ຫລີກເວັ້ນການສວຍໂອກາດຂື້ນລາຄາສິນຄ້າ ແລະ
ກໍ່ຄວາມບໍ່ສະຫງົບ
ໃນສັງຄົມ ໃນສະເພາະຫນ້າໃຫ້ຂະແຫນງການກ່ຽວຂ້ອງຄົ້ນຄວ້າ ແລະ
ສົ່ງເສີມການລ້ຽງສັດປີກໃຫ້ຖືກ
ຫລັກອະນາໄມ
ມີຄວາມປອດໄພຢ່າງຫນັກແຫນ້ນແກ່ຊີວິດການເປັນຢູ່ຂອງຊາວນະຄອນຫລວງວຽງຈັນ
ສົ່ງເສີມການລ້ຽງແບບເປັນຟາມຢູ່ນອກເຂດເທດສະບານ ແລະ
ສ້າງຕັ້ງໂຮງງານຂ້າສັດປີກທັນສະໄຫມ ໃນເວລາອັນຄວນ.
6. ໃຫ້ທຸກຫນ່ວຍສະເພາະກິດເລີ່ມເຄື່ອນໄຫວ ນັບແຕ່ວັນທີ 9/3/2007 ເປັນຕົ້ນໄປ
ແລະ ປະຕິບັດ
ລະບອບປະຈຳການ 24 ຊົ່ວໂມງ ໃຫ້ລາຍງານສະພາບການຂໍ້ສະດວກ
ຂໍ້ຫຍຸ້ງຍາກໃຫ້ນະຄອນຫລວງ ແລະ ລັດຖະບານຊາບຢ່າງເປັນປົກກະຕິ ແລະ
ມອບໃຫ້ຄະນະສະເພາະກິດສະກັດກັ້ນ ແລະ ຄວບຄຸມ
ພະຍາດໄຂ້ຫວັດສັດປີກ
ນະຄອນຫລວງຄວບຄຸມບັນຊາການຈັດຕັ້ງປະຕິບັດແຈ້ງການສະບັບນີ້ໃຫ້ໄດ້ຮັບ
ຜົນດີ.
ດັ່ງນັ້ນ, ຈຶ່ງແຈ້ງການມາຍັງບັນດາທ່ານເພື່ອຊາບ ແລະ
ຈັດຕັ້ງປະຕິບັດຕາມຈິດໃຈດັ່ງກ່າວ
ຢ່າງເຂັມງວດ.
ເຈົ້າຄອງນະຄອນຫລວງວຽງຈັນ
ດຣ. ສິນລະວົງ ຄຸດໄພທູນ |