|
ລົງໂຄສະນາຕ້ານພະຍາດໄຂ້ຫວັດສັດປີກໃຫ້ປະຊາຊົນ
ຫວ່າງທ້າຍເດືອນກຸມພາແລ້ວນີ້
ທິມງານສຸຂະສຶກສາຕ້ານພະຍາດໄຂ້ຫວັດສັດປີກຂັ້ນເມືອງ ໄດ້ລົງ
ເຄື່ອນໄຫວໂຄສະນາເຜີຍແຜ່ກ່ຽວກັບວິທີການຕ້ານ ແລະ
ສະກັດກັ້ນພະຍາດໄຂ້ຫວັດສັດປີກໃຫ້ແກ່ ປະຊາຊົນໃນກຸ່ມບ້ານເປົ້າໝາຍຄື:
ບ້ານດອນສ້າງໄພ,
ໜອງພູວຽງ, ນາກຸງ ແລະ ບ້ານໂນນຊາຍ ເມືອງປາກງື່ມ ນະຄອນຫລວງວຽງຈັນ.
ການລົງເຜີຍແຜ່ຂອງທິມງານດັ່ງກ່າວຄັ້ງນີ້ ແມ່ນໄດ້ຍົກໃຫ້ເຫັນສະພາບການແຜ່ລະບາດຂອງພະຍາດ
ຕິດຕໍ່ ຜົນກະທົບ ແລະ ການລະບາດຂອງພະຍາດໄຂ້ຫວັດສັດປີກ
ນັບທັງຜູ້ລ້ຽງເປັນສິນຄ້າແບບຟາມ ແລະ ລ້ຽງແບບຄອບຄົວ ເພື່ອບໍລິໂພກ
ພ້ອມທັງແນະນຳວິທີປ້ອງກັນພະຍາດໄຂ້ຫວັດສັດປີກ ວິທີລ້ຽງ ວິທີຄວບຄຸມ ແລະ
ວິທີປ້ອງກັນຕົນເອງໃຫ້ປະຊາຊົນໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ. |