ໂຄສະນາສຸຂະສຶກສາ ຕ້ານພະຍາດໄຂ້ຫວັດສັດປີກໃຫ້ຊຸມຊົນ

    ພະແນກສາທາລະນະສຸກນະຄອນຫລວງວຽງຈັນ ຮ່ວມກັບສູນຂ່າວສານການແພດ ກະຊວງສາທາສູນກາງ
ແນວລາວສ້າງຊາດ ສູນກາງກຳມະບານລາວ ໂດຍສົມທົບກັບອຳນາດການປົກຄອງບ້ານ ໃນເມືອງໄຊເຊດຖາ ແລະ ເມືອງ
ສີສັດຕະນາກ ໄດ້ລົງໂຄສະນາສຸຂະສຶກສາວຽກງານຕ້ານພະຍາດໄຂ້ຫວັດສັດປີກ ຢູ່ໃນຊຸມຊົນຂຶ້ນໃນລະຫວ່າງວັນທີ 17/2-
4/3/07 ຈຶ່ງສຳເລັດລົງຢູ່ໃນ 20 ບ້ານ ໃນສອງເມືອງດັ່ງກ່າວ.
  ການໂຄສະນາສຸຂະສຶກສາຄັ້ງນີ້ ປະກອບມີກິດຈະກຳເຄາະປະຕູບ້ານ ຕິດປົດສະເຕີ ແຈກຢາຍຄູ່ມື ການປ້ອງ
ກັນຕົນເອງຈາກພະຍາດໄຂ້ຫວັດສັດປີກ ແລະ ໄຂ້ຫວັດໃນຄົນ ນອກນັ້ນຍັງໄດ້ມອບສະບູ ແລະ ໃຫ້ຄວາມຮູ້ກ່ຽວກັບພະຍາດ
ໄຂ້ຫວັດສັດປີກ ວິທີປ້ອງກັນຕົນເອງ ແລະ ກຸ່ມອາການພະຍາດໄຂ້ຫວັດສັດປີກໃນສັດ ແລະ ໃນຄົນ.
  ໃນໄລຍະທີ່ມີການລະບາດໄຂ້ຫວັດສັດປີກຢູ່ແຂວງວຽງຈັນ ພະແນກສາທານະຄອນຫລວງວຽງຈັນ ຮ່ວມກັບສູນ
ຂ່າວສານການແພດ ແລະ ອົງການຢູນີເຊັບ ໄດ້ລົງໄປໂຄສະນາສຸຂະສຶກສາຢູ່ບ້ານສະກ້າ ແລະ ບ້ານໃຫມ່ ເມືອງໂພນໂຮງ
ແຂວງວຽງຈັນ ຊຶ່ງເປັນເຂດແດງທີ່ມີຄົນເສຍຊີວິດຍ້ອນພະຍາດໄຂ້ຫວັດສັດປີກຜ່ານມາ ທັງນີ້ກໍເພື່ອໃຫ້ຄວາມຮູ້ແກ່ປະຊາ
ຊົນແຈກຢາຍປົດສະເຕີ ຄູ່ມື ແລະ ແຈກຢາຍສະບູໃຫ້ປະຊາຊົນ ແລະ ອື່ນໆ.
  ສຳລັບແຜນການໃນຕໍ່ຫນ້າ ທາງຫນ່ວຍງານດັ່ງກ່າວ ຈະສືບຕໍ່ລົງໄປໂຄສະນາສຸຂະສຶກສາ ກ່ຽວກັບພະຍາດໄຂ້
ຫວັດສັດປີກຢູ່ຕາມທ້ອງຕະຫລາດ ໃນນະຄອນຫລວງວຽງຈັນ ຈຳນວນ 50 ແຫ່ງ.
  ການໂຄສະນາສຸຂະສຶກສາຄັ້ງນີ້ ໄດ້ຮັບການສະຫນັບສະຫນູນຈາກອົງການຢູນີເຊັບ ແລະ ຫ້ອງການປະສານ
ງານ ແລະ ຄວບຄຸມພະຍາດໄຂ້ຫວັດສັດປີກ.