|
4
ແຂວງເປົ້າຫມາຍໃນໂຄງການປ້ອງກັນ ແລະ
ຄວບຄຸມພະຍາດໄຂ້ຫວັດສັດປີກໄດ້ຮັບ ເຄື່ອງຊ່ວຍເຫລືອ ພິທີ ມອບ - ຮັບ ອຸປະກອນຊ່ວຍເຫລືອຈາກໂຄງການ (OSRO/RAS/604/USA) ໃຫ້ແກ່ແຂວງ ເປົ້າຫມາຍຂອງໂຄງການປ້ອງກັນ ແລະ ຄວບຄຸມພະຍາດໄຂ້ຫວັດສັດປີກ ໃນ 4 ແຂວງຄື: ນະຄອນຫລວງວຽງຈັນ, ຫລວງພະບາງ, ສະຫວັນນະເຂດ ແລະ ແຂວງຈຳປາສັກ. ໄດ້ຈັດຂຶ້ນເມື່ອວັນທີ 2 ມີນາ 2007 ທີ່ສູນປ້ອງກັນພະຍາດສັດ, ນະຄອນຫລວງວຽງຈັນ ລະຫວ່າງທ່ານ ດຣ. ໂທນີ ວິນລ່ຽມ ຫົວຫນ້າທີມງານວິຊາການໂຄງການປ້ອງກັນ ແລະ ຄວບຄຸມພະຍາດໄຂ້ຫວັດສັດປີກ ເປັນຜູ້ກ່າວມອບ ແລະ ທ່ານ ດຣ. ບຸນຂວາງ ຄຳບຸນເຮືອງ ຫົວຫນ້າກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ ປ່າໄມ້ ເປັນຜູ້ກ່າວຮັບ, ເຊິ່ງມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.ເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີລົດຈັກຈຳນວນ 25 ຄັນ, ຄອມພິວເຕີ 4 ເຄື່ອງ, LCD Projectors 4 ເຄື່ອງ, ຕູ້ເຢັນ 4 ຫນ່ວຍ ແລະ ກະຕິກແຊ່ເຢັນສຳລັບໃສ່ສິ້ນສ່ວນ 296 ຫນ່ວຍ ເຊິ່ງລວມມີມູນຄ່າທັງຫມົດປະມານ 54.500 ໂດລາສະຫະລັດ. |