ໃນວັນທີ 11 ກໍລະກົດນີ້ ທີ່ສິງກະໂປ
ນັກວິເຄາະຊີ້ວ່າ
ການທີ່ທະນາຄານໃນອາຊີຫຼາຍແຫ່ງ
ທະຍອຍກັນຫຍັບອັດຕາ ດອກເບ້ຍຂຶ້ນ
ສະທ້ອນໃຫ້ເຫັນເຖິງຄວາມໝັ້ນໃນວ່າພາກພື້ນນີ້
ສາມາດຮັບມື ແລະ
ຕ້ານທານກັບຜົນກະທົບຈາກວິກິດ
ການໜີ້ຕ່າງໆໃນໂລກໄດ້.
ທ່ານ ເດວິດ ໂຄເອນ
ນັກບຸກຄະລາກອນເສດຖະກິດ ປະຈຳອາຊີຄາດວ່າ
ຜົນຜະລິດລວມພາຍໃນປະເທດ (GDP) ໄຕມາດທີ
2 ທີ່ຈະປະກາດໃນເດືອນນີ້ ຈະຊີ້ວ່າ ເສດຖະກິດອາຊີຍັງຄົງຂະຫຍາຍຕົວຢ່າງແຂງແຮງ
ກ່ອນໜ້ານີ້ ເມື່ອຕົ້ນ ເດືອນນີ້
ກອງທຶນການເງິນສາກົນ (IMF)
ປັບເພີ່ມປະລິມານການເຕີບໂຕຂອງ (GDP)
ປີນີ້ຂອງອາຊີຈາກ 7% ເປັນ 7,5%.
ດ້ານທະນາຄານ (DBS) ໄດ້ວິເຄາະຕະຫຼາດອາຊີວ່າ
ວິກິດການນີ້ສິນເອີຣົບຍັງຄົງສົ່ງຜົນຢູ່
ແຕ່ບໍ່ສາມາດຢຸດຢັ້ງ ທະນາຄານກາງໃນອາຊີ
ບໍ່ໃຫ້ດຳເນີນນະໂຍບາຍເຂັ້ມງວດທາງການເງິນ
ເພາະອັດຕາເງິນເຟີ້ຂອງທຸກເສດຖະກິດໃນ
ພາກພື້ນນີ້
ກັບຄືນມາເກືອບເທົ່າອັດຕາສະເລ່ຍແລ້ວ
ແລະ ຈະສູງຂຶ້ນໃນອີກ 1-2 ເດືອນຂ້າງໜ້າ
ການຂຶ້ນອັດຕາດອກ ເບ້ຍຄັ້ງຫຼ້າສຸດ
ສະທ້ອນເຖິງຄວາມເຊື່ອໝັ້ນຂອງທະນາຄານກາງໃນອາຊີວ່າ
ການເຕີບໂຕຂອງເສດຖະກິດໃນພາກພື້ນນີ້
ຍັງແຂງແຮງຂຶ້ນຕໍ່ໄປ.
ທັງນີ້ ນັບແຕ່ວັນທີ 24 ມິຖຸນາ ເປັນຕົ້ນມາ
ທະນາຄານກາງໄຕ້ຫວັນ ອິນເດຍ ມາເລເຊຍ ແລະ
ສ.ເກົາຫຼີ ຫຍັບອັດຕາ ດອກເບ້ຍຂຶ້ນແລ້ວ
0,125-0,25% ໂດຍໃຫ້ເຫດຜົນວ່າ
ຕ້ອງການຄວບຄຸມພາວະເງິນເຟີ້ ເນື່ອງຈາກເສດຖະກິດຟື້ນຕົວ
ຈາກວິກິດເສດຖະກິດໂລກເຕີບໂຕຊ້າ ແລະ
ຜູ້ບໍລິໂພກໃນອາຊີເລີ່ມມີບົດບາດຫຼາຍຂຶ້ນ
ໃນການສະໜັບສະໜູນເສດຖະກິດ ໃນພາກພື້ນ.