ການເດີນທາງໄປໃນຄັ້ງນີ້
ທ່ານນາຍົກລັດຖະມົນຕີພ້ອມຄະນະໄດ້ໄປເບິ່ງຈຸດທີ່ໄດ້ຮັບຜົນເສຍຫາຍ
ຈາກໄພພິບັດ
ຂອງພາຍຸກົງເຊິນໃນລະຫວ່າງ
ວັນທີ
17 -18
ກໍລະກົດ
2010
ທີ່ຜ່ານມາ.
ໃນນັ້ນກໍ່ແມ່ນຂົວນ້ຳຄ່ອມທີ່ເປ່ເພຢ່າງຫນັກ
ຊຶ່ງເປັນຂົວທີ່ເຊື່ອມຕໍ່ລະຫວ່າງບ້ານທາດ
ແລະ ບ້ານດອນຕັນທັງຍັງເປັນເສັ້ນທາງໄປຫາ
2
ດ່ານປະເພນີລາວ
-
ໄທຄື:
ດ່ານປ່າຫວ້ານ ແລະ ດ່ານ ຫ້ວຍຕອງ,
ປະຈຸບັນໄດ້ມີການກໍ່ສ້າງຂົວຂ້າມຊົ່ວຄາວ
ເພື່ອໃຫ້ປະຊາຊົນທັງສອງຟາກຂ້າມ
ໄປມາໃນໄລຍະຍັງມີການສ້ອມແປງຂົວເກົ່າ.
ຫລັງຈາກນັ້ນ ທ່ານ ດວງຕາ ໄຊວຸດ ເລຂາພັກເມືອງ
ເຈົ້າເມືອງໆຊຽງຮ່ອນກໍ່ໄດ້ລາຍງານໃຫ້ຊາບເຖິງ
ສະພາບໄພພິບັດ
ທີ່ເກີດຂຶ້ນຈາກພາຍຸກົງເຊິນເຊິ່ງໄດ້ພັດປະຊາຊົນສູນຫາຍ
3
ຄົນ
(ຊາຍຫມົດ)ແລະເສຍຊີວິດ
1
ຄົນ
(ຍິງ)
ໃນນັ້ນເປັນ
ປະຊາຊົນບ້ານຫົວເມືອງ
3
ຄົນ ຍິງ
1
ຄົນ ແລະ
ບ້ານດອນມູນ
1
ຄົນພັດບ້ານເຮືອນຂອງປະຊາຊົນເສຍຫາຍ
9
ຫລັງ
ດ້ານສັດລ້ຽງທີ່ຖືກເສຍຫາຍມີ:
ງົວ
12
ໂຕ,
ຄວາຍ
3
ໂຕ,
ຫມູ
9
ໂຕ,
ສັດປີກ
1.163
ໂຕ ແລະ ຫນອງປາ
39
ຫນອງ.
ດ້ານຊັບສິນນ້ຳໄດ້ພັດເອົາລົດໄຖນາເດີນຕາມເສຍຫາຍ
11
ຄັນ,
ລົດຈັກ
2
ຄັນ ແລະ ຈັກໄຟຟ້າ
2
ເຄື່ອງ.
ເຮັດໃຫ້ເສັ້ນທາງ ແລະ
ຂົວຫລາຍຈຸດເປ່ເພມີຄວາມຍາວ
155,9
ກິໂລແມັດ.
ຊົນລະປະທານຂະຫນາດນ້ອຍເສຍຫາຍ
35
ແຫ່ງໃນນັ້ນເປັນຊົນລະປະທານແບບຖາວອນ
6
ແຫ່ງ.
ເນື້ອທີ່ທຳການຜະລິດເສຍ ຫາຍ
1.200
ເຮັກຕາ ໃນນັ້ນເສຍຫາຍຫນັກ
121
ເຮັກຕາ ສາມາດຟື້ນຟູໄດ້
58,39
ເຮັກຕາ ບໍ່ສາມາດຟື້ນຟູໄດ້
60
ເຮັກຕາ.
ນ້ຳລິນໃຊ້ການບໍ່ໄດ້
3
ແຫ່ງ ເສົາໄຟຟ້າ ແລະ ເສົາສັນຍານໂທລະສັບຫັກ
5
ເສົາ ລວມ
ປະຊາຊົນທີ່ໄດ້ຮັບຜົນກະທົບ
13
ບ້ານ
400
ຄອບຄົວ ຄິດເປັນມູນຄ່າເສຍຫາຍປະມານ
15
ຕື້ກີບ.
ສຳລັບການ
ຊ່ວຍເຫລືອຄະນະນຳ
-
ອຳນາດການປົກຄອງທີ່ກ່ຽວຂ້ອງ
ໄດ້ແຕ່ງຕັ້ງພະນັກງານລົງເກັບກຳຂໍ້ມູນ,
ຊອກຫາຜູ້ເສຍຫາຍ,
ນຳໃຊ້ກອງທຶນໄພພິບັດຊ່ວຍເຫລືອຜູ້ເສຍຊີວິດ
1
ລ້ານກີບ.
ນຳພາສ້ອມແປງເສັ້ນທາງ
-
ຂົວທີ່ເປ່ເພ,
ນຳພາຟື້ນຟູ
ການຜະລິດຊ່ວຍເຫລືອ ແນວພັນສ້ອມແປງຊົນລະປະທານ
-
ຄອງເຫມືອງສ່ວນເນື້ອທີ່ໆບໍ່ສາ
ມາດເຮັດນາໄດ້ກໍ່ຈະຫັນໄປ
ປູກພືດປະເພດສາລີ,
ຖົ່ວດິນ ແລະ ອື່ນໆ.ຈັດຕັ້ງການລະດົມທຶນຈາກທຸກພາກສ່ວນ
ແລະ ສັງລວມຂໍ້ມູນລາຍງານຂັ້ນເທິງ
ເພື່ອຂໍການຊ່ວຍເຫລືອ.
ໂອກາດນີ້ທ່ານນາຍົກລັດຖະມົນຕີ
ບົວສອນ ບຸບຜາວັນ
ກໍ່ໄດ້ໃຫ້ການໂອ້ລົມຕໍ່ການນຳແຂວງ-ເມືອງ
ເຊິ່ງທ່ານໄດ້ຊີ້ໃຫ້ເຫັນ
ສະພາວະໂລກຮ້ອນອັນເຮັດໃຫ້ເກີດໄພພິບັດຂຶ້ນໃນຫລາຍໆປະເທດໃນໂລກ
ເວົ້າລວມເວົ້າສະເພາະກໍ່ແມ່ນໃນປະເທດເຮົາ
ກໍ່ໄດ້ຮັບຜົນກະທົບບໍ່ຫລາຍກໍ່ຫນ້ອຍ.
ພ້ອມນີ້ທ່ານຍັງໄດ້ເນັ້ນຫນັກບາງບັນຫາທີ່ຕ້ອງໄດ້ເອົາໃຈໃສ່
ໂດຍສະເພາະ
ໃຫ້ຮີບຮ້ອນລົງໄປຊຸກຍູ້ຊ່ວຍເຫລືອປະຊາຊົນທີ່
ໄດ້ຮັບຜົນກະທົບໂດຍໄວ ແລະ
ທັນການໂດຍສະເພາະສືບຕໍ່ຊອກຄົ້ນຫາ
ຜູ້ທີ່ສູນຫາຍໂດຍໄວ,
ເອົາໃຈໃສ່ຕໍ່ຊີວິດການເປັນຢູ່ຂອງເຂົາເຈົ້າ
ນຳພາປະຊາຊົນຟື້ນຟູການຜະລິດໃຫ້ແທດເຫມາະກັບ
ສະພາບຕົວຈິງ,
ສືບຕໍ່ເກັບກຳຂໍ້ມູນຄວາມເສຍຫາຍຢ່າງລະອຽດ
ເພື່ອລາຍງານຕໍ່ຂັ້ນເທິງປະສານສົມທົບກັບສູນກາງ
ເພື່ອຟື້ນຟູພື້ນຖານໂຄງລ່າງທີ່ເສຍຫາຍ.
ເບື້ອງສູນກາງກໍ່ຈະຊີ້ນຳຕື່ມທັງດ້ານສະຫວັດດີການ
-
ສັງຄົມ,
ສາທາລະນະສຸກ,
ນະໂຍບາຍດ້ານທະນາຄານທັງການຍືດອາຍຸການຊຳລະ
ແລະ ໃຫ້ສິນເຊື່ອເພື່ອທຳການຜະລິດສຳລັບຜູ້ໄດ້ຮັບຜົນກະທົບ
ຈາກໄພພິບັດ.
ນອກຈາກນີ້ທ່ານນາຍົກຍັງແຈ້ງໃຫ້ຮູ້ວ່າລັດຖະບານໄດ້ອະນຸມັດເງິນຊ່ວຍເຫລືອສຸກເສີນແລ້ວ
500
ລ້ານກີບ.
ພ້ອມນີ້ທ່ານກໍ່ໄດ້ຝາກຄວາມຢ້ຽມຢາມຖາມຂ່າວເຖິງພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບ
ແລະ ສະ
ແດງຄວາມຫວັງວ່າຈະ
ໄດ້ຮັບການຟື້ນຟູໂດຍໄວ.