ເວັບໃຊທ໌ທີ່ໃຫ້ຫລາຍກວ່າຄວາມຮູ້ ແລະ ຄວາມບັນເທີງ

ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ປະຊາຊົນເຫັນດີການຊົດເຊີຍ ໂຄງການກໍ່ສ້າງທາງ 4 ເລນ

ອຳນາດການປົກຄອງເມືອງໄຊເຊດຖາ ພ້ອມພະແນກການກ່ຽວຂ້ອງ ໄດ້ນຳເງິນຈຳນວນ 9 ຕື້ກວ່າກີບ ມອບຄ່າຊົດເຊີຍ ໃຫ້ກັບຄອບຄົວຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງ 4 ເລນ ທັງໝົດ 9 ຕື້ກວ່າກີບ ຊຶ່ງປະຊາຊົນທັງ 44 ຄອບຄົວແມ່ນເຫັນດີ ເນື່ອງຈາກເປັນການປະກອບສ່ວນເຂົ້າໃນການພັດທະນານະຄອນຫຼວງວຽງຈັນ ກໍຄືປະເທດຊາດ

ພິທີມອບເງິນຊົດເຊີຍໃຫ້ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການດັ່ງກ່າວ ແມ່ນໄດ້ຈັດຂຶ້ນໃນວັນທີ 12 ກໍລະກົດ 2010 ທີ່ ຫ້ອງການບ້ານທາດຫຼວງກາງ ໂດຍການເຂົ້າຮ່ວມຂອງ ທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າເມືອງໄຊເຊດຖາ ມີບັນດາພະແນກ  ການ ຄະນະຮັບຜິດຊອບ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານເຈົ້າເມືອງໄຊເຊດຖາ ໄດ້ໃຫ້ສຳພາດວ່າ: ຈຸດປະສົງຂອງພິທີຄັ້ງນີ້ ແມ່ນເພື່ອມອບຄ່າຊົດເຊີຍໃຫ້ບັນດາພໍ່ແມ່ປະຊາຊົນ ບ້ານທາດຫຼວງກາງ ທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງ 4 ເລນ ເຂົ້າພຣະທາດຫຼວງ ເພາະທາງລັດຖະບານ ໄດ້ມີຂໍ້ຕົກລົງເຫັນດີ ໃນການສ້າງເສັ້ນທາງດັ່ງກ່າວ ເພື່ອແນ່ໃສ່ປົກປັກຮັກສາວັດຖຸບູຮານ ກໍຄືພຣະທາດຫຼວງ ຊຶ່ງເປັນ ບູຮານສະຖານ ເປັນມໍລະດົກຂອງຄົນລາວທັງຊາດ ເພື່ອໃຫ້ຍືນຍົງ ແລະ ຄຽງຄູ່ກັບຄົນລາວຕະຫຼອດໄປ ຊຶ່ງການມອບຄ່າ ຊົດເຊີຍນີ້ ຈ່າຍເປັນແຊັກເງິນສົດ ເພື່ອໃຫ້ຜູ້ໄດ້ຮັບຜົນກະທົບນັ້ນກະກຽມ ຍ້າຍອອກຈາກເຂດທີ່ໄດ້ຮັບກະທົບ ເພື່ອໃຫ້ທາງ ດ້ານວິຊາການໄດ້ລົງມືກໍ່ສ້າງໃຫ້ທັນເວລາ ເພາະໂຄງການດັ່ງກ່າວນີ້ ຕາມຄາດໝາຍແມ່ນຈະສ້າງໃຫ້ແລ້ວ ໃນວັນທີ 30 ຕຸລາ ແລະ ຕ້ອງໄດ້ມອບໂຄງການໃຫ້ລັດຖະບານແມ່ນຢູ່ໃນເດືອນ ພະຈິກ 2010 ເພື່ອຫ້າງຫາກະກຽມໃນການສະເຫຼີມ ສະຫຼອງນະຄອນຫຼວງວຽງຈັນ ຄົບຮອບ 450 ປີ ທີ່ຈະໄດ້ຈັດຂຶ້ນໃນກາງເດືອນພະຈິກ  ຊຶ່ງຖືວ່າເປັນວຽກທີ່ຂຸ້ນຂ້ຽວ ສ່ວນທີ່ດິນທີ່ຊົດເຊີຍຄືນນັ້ນ ແມ່ນຢູ່ຫຼັກ 21 ເມືອງໄຊທານີ ນະຄອນຫຼວງວຽງຈັນ ສຳລັບຄ່າຊົດເຊີຍຄັ້ງນີ້ ເຫັນໄດ້ວ່າ ປະຊາຊົນທຸກຄົນມີຄວາມເພີ່ງພໍໃຈ.

ທ້າວ ສົມແສງ ແສງຈັນທະວົງ ຜູ້ໄດ້ຮັບຜົນກະທົບ ໄດ້ໃຫ້ສຳພາດວ່າ: ໃນເບື້ອງຕົ້ນແມ່ນບໍ່ຢາກເຫັນພ້ອມ ແຕ່ຍ້ອນເຫັນ ໄດ້ຄວາມສຳຄັນໃນການພັດທະນານະຄອນຫຼວງວຽງຈັນ ກໍຄືປະເທດຊາດ ແລະ ຍັງເປັນການປະກອບສ່ວນ ເຂົ້າໃນ ການປົກປັກຮັກສາບູຮານສະຖານທີ່ຄຽງຄູ່ກັບຄົນລາວມານັ້ນໃຫ້ໝັ້ນຄົງກັບຄົນລາວ ພ້ອມນັ້ນ ລັດຖະບານເພີ່ນຍັງໄດ້ມີ ນະໂຍບາຍໃຫ້ກັບຜູ້ຖືກກະທົບຢ່າງເໝາະສົມ.

ທ້າວ ຄຳເຜີຍ ຊຸມພະວົງ ຜູ້ທີ່ຖືກກະທົບເຊັ່ນດຽວກັນ ໄດ້ກ່າວວ່າ: ການປະກອບສ່ວນຄັ້ງນີ້ຖືໄດ້ວ່າເປັນການຈັດຕັ້ງ ປະຕິບັດ ຕາມແນວທາງນະໂຍບາຍຂອງພັກ-ລັດ ຊຶ່ງຂ້າພະເຈົ້າເຊື່ອໝັ້ນວ່າ ໂຄງການກໍ່ສ້າງດັ່ງກ່າວຈະເປັນໃບໜ້າໃບຕາ ໃຫ້ປະເທດຊາດ ກໍຄືປະຊາຊົນລາວບັນດາເຜົ່າ.

* ຂັດຈາກ: ໜັງສືພິມວຽງຈັນໃໝ່, ສະບັບວັນທີ 13-7-2010

 
 

2003-2010 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ: 021-263563, ແຟັກ: 021 263564