Lao music listen Lao music Lao star Lao girl Lao boy Lao entertain Lao event Lao gallery Lao concert Lao website  

ຫນ້າທໍາອິດ

ຕິດຕໍ່ມະຫາສານ ກ່ຽວກັບພວກເຮົາ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
ມະຫາສານບັນເທີງ
ເພັງ ດົນຕຣີ ນັກຮ້ອງ
ດາຣາ ນາງແບບ ຊາຍແບບ
ແຟຊັນ ແລະຊ໋ອບປິ້ງ
ເສື້ອຜ້າ
ເຄື່ອງປະດັບ
ເຄື່ອງສຳອາງ
ງານເດີນແບບ
ງານປະກວດຕ່າງໆ
ອຸປະກອນສື່ສານ
ການສຶກສາ
ກິລາ
ສັງຄົມຄອບຄົວ
ສຸຂະພາບ
ໂຄສະນາຜ່ານເວັບ
 
 



 

ມະຫາສານ>>ແວດວົງບັນເທິງ>>ການປະກາດລາງວັນ>>
ສາວຫວຽດນາມມາແຮງຈັດທ໊ອປໂຫວດມິສບິກິນີອິນເຕີຣ໌
 
ແທງຕຽນໃນແຟຊັນຊຸດບິກິນີລ່າສຸດ ກ່ອນໄປຂຶ້ນເວທີລະດັບນາໆຊາດຢູ່ໄຫຫຼຳ ຮູບນີ້ໄດ້ເພິ່ມແຮງບິດຢ່າງໃຫຍ່ ຈົນເຮັດໃຫ້ສາວງາມເຈົ້າຂອງພິກັດແບບບໍ່ທຳມະດາແຊງນຳໜ້າຄະແນນໂຫວດອອນໄລນ໌
       
ຫວິ່ງແທງຕຽນ (Huynh Thanh Tuyen) ນາງແບບສາວຮ່າງສູງ ອາຍຸ 22 ປີຈາກຫວຽດນາມ ຄະແນນກຳລັງພົ່ງນຳໜ້າສາວງາມໂຕແທນຈາກປະເທດ ແລະ ດິນແດນຕ່າງໆ ທີ່ເຂົ້າຮ່ວມການປະກວດ Miss Bikini International 2009 ທັງໆທີ່ຫາກໍ່ຈັດພິທີເປີດໄປໄດ້ພຽງ 1 ອາທິດເທົ່ານັ້ນ

ຄະແນນຂອງຕຽນສູສີກັບສາວງາມຈາກປະເທດຍູເຄນ ແຕ່ຖິ້ມຫ່າງສາວງາມຈາກເວເນຊູເອລາ ຊຶ່ງເປັນ "ດິນແດນແຫ່ງສາວງາມ" ທີ່ເຄີຍໄດ້ລາງວັນຢ່າງຫຼວງຫຼາຍຈາກເວທີການປະກວດຄວາມສວຍງາມທົ່ວໂລກ

ນາງແບບສາວແທງຕຽນຮ່າງບາງສູງ 177 ຊມ. ເປັນເຈົ້າຂອງພິກັດບໍ່ທຳມະດາ 85-60-93 ສື່ຂອງທາງການຫວຽດນາມກວ່າວ່າ ນາງສາວຕຽນ ເກີດມາເພື່ອເປັສຊູບເປີໂມເດລຢ່າງແທ້ຈິງ

ຕຽນຂຶ້ນເວທີຍ່າງເດີນແບບຕັ້ງແຕ່ອາຍຸ 19 ປີ ພຽງແຕ່ສາມປີເທົ່ານັ້ນ ສາວສວຍກໍ່ສາມາດຄວ້າລາງວັນຕ່າງໆ ໄປຫຼາຍລາຍການ ລວມທັງຕຳແໜ່ງ ຊູບເປີໂມເດລໜ້າໃໝ່ປະຈຳປີ 2551
 

 
       

 
ຮູບພາບສ່ວນໜື່ງຂອງສາວງາມເທິງເວທີການປະກວດ Miss Bikini International 2007 ຮອບສຸດທ້າຍ
     
ງານແຟຊັນອີກຊຸດໜື່ງເມື່ອຕົ້ນປີນີ້ ຕີພິມໃນນິຕະຍະສານແນວຜູ້ຍິງ ສະບັບໜື່ງໃນກຸງຮາໂນ່ຍ
ສາວງາມທີ່ເຂົ້າຮ່ວມການປະກວດ Miss Bikini International 2009 ຈາກ 72 ປະເທດ ແລະ ດິນແດນທົ່ວໂລກ ມີກຳນົດຈະເດີນທາງເຂົ້າສູ່ງເມືອງຫຼວງຂອງຈີນໃນ ເດືອນ ພຶດສະພາ ນີ້ ເພື່ອຮ່ວມກິດຈະກຳເປັນເວລາ 2 ມື້ ລວມທັງໄປຊົມກຳແພງເມືອງຈີນ ຈະຕຸລັດທຽນອັນເໝິນ ໂອລິມປິກສະເຕດ້ຽມ ກັບ ພຣະຣາຊວັງຕ້ອງຫ້າມ ອີກດ້ວຍ.

ຈາກນັ້ນສາວງາມທັງ 72 ຄົນ ຈະເດີນທາງໄປເມືອງຊັນຍ່າ  (Sanya) ເມືອງທ່ອງທ່ຽວແຄມຫາດໃນ ແຂວງ ໄຫໜານ ຫຼື ທີ່ຮູ້ກັນທົ່ວໄປໃນ ຊື່: ເກາະໄຫຫຼຳ ໃນທະເລຈີນໃຕ້ ການປະກວດ Miss Bikini International 2009 ຈະຈັດຂຶ້ນບ່ອນຕະຫຼອດທັງງາມ.

* ຄັດຈາກ: manager.co.th ວັນທີ: 20-04-2010

 
 
   

2003 - 2010 © ສະຫງວນລິຂະສິດ, ມະຫາສານ.ຄອມ
webmaster@mahasan.com